ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ ສ ເຊັກ ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ ກັບ ຫວຽດນາມ

     ຕາມ​ຂ່າວສານ​ຊິນ​ຮວາ​ ລາຍ​ງານ​ວັນ​ທີ 5 ມີນາ ນີ້​ວ່າ: ທ່ານ ປີ​ເຕີ ປາ​ເວວ ປະທານາທິບໍດີ ສ ເຊັກ​ ເຊື່ອ​ໝັ້ນ​ວ່າ: ທ່ານ ເຢືອງ ​ຮວ່າຍ
ນາມ ເອກ​ອັກ​ຄະ​ລາດ​ຖະ​ທູດ ຫວຽດນາມ ຈະ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້, ນຳ​ການ​ພົວພັນ ຫວຽດນາມ-ສ ເຊັກ ບັນ
ລຸ​ບາດກ້າວ​ພັດທະນາ​ໃໝ່, ເລິກເຊິ່ງ, ແທດ​ຈິງ ແລະ ມີ​ປະ​ສິດທິ​ຜົນ​ກວ່​​າ​ເກົ່າ, ທ່ານ​ຢັ້ງຢືນ​ວ່າ: ສ ເຊັກ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ແລະ ຕີ​ລາ
ຄາ​ສູງ ​ການ​ພົວພັນ​ມິດຕະພາບ​ທິ່​ເປັນ​ມູນເຊື້ອ ແລະ ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ກັບ ຫວຽດນາມ.

     ໃນ​ສະພາບ​ການ ຫວຽດນາມ ແລະ ສ ເຊັກ ພວມ​ມຸ່ງ​ໄປ​ເຖິງ​ການ​ສະເຫຼີມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງຕັ້ງ​ການ​ພົວພັນ​ທາງ​ການ​ທູດ
(1950-2025), ທ່ານ​ປະທານາທິບໍດີ ສ ເຊັກ ສະແດງ​ຄວາມ​ປາດ​ຖະ​ໜາ​ ຢາກ​ໃຫ້ສອງ​ຝ່າຍ​ສືບຕໍ່​ມານະ​ພະຍາຍາມ ເພີ່ມ​ທະວີ​ການ​ຮ່ວມ​
ມື, ເປັນຕົ້ນ​ແມ່ນ​ໃນ​ບັນດາ​ຂົງເຂດ​ຄື: ເສດຖະກິດ-ການ​ຄ້າ-ການ​ລົງທຶນ, ສະເໜີ​ໃຫ້​ສອງ​ປະເທດ​ເປີດ​ສາຍ​ການບິນ​ໂດຍ​ກົງ​ ໂດຍ​ໄວ ເພື່ອ​
ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ-ການ​ຄ້າ, ການທ່ອງທ່ຽວ ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ.

     ສ່ວນ​ທ່ານ​ເອກ​ອັກ​ຄະ​ລາດ​ຖະ​ທູດ ຫວຽດນາມ ຢັ້ງຢືນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື ສ ເຊັກ ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ຢູ່​ເອີ​ຣົບ,
ສ່ວນ​ຕົວ​ທ່ານ​ເອກ​ອັກ​ຄະ​ລາດ​ຖະ​ທູດ ຈະ​ຕັດສິນ​ໃຈ, ມານະ​ພະຍາຍາມ​ປະຕິບັດ​ບົດບາດ​ເປັນ​ຂົວ ​ເຊື່ອມ​ຕໍ່ໃຫ້​ເປັນ​ຢ່າງ​ດີ, ປະກອບສ່ວນ​ຊຸກ
ຍູ້, ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ​ຂຶ້ນ​ສູ່​ລະດັບ​ສູງໃໝ່, ຮັບ​ໃຊ້​ຜົນ​ປະໂຫຍດ​ຂອງ​ປະຊາຊົນ​ສອງ​ປະເທດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/03/2024